1. ໃຫ້ດາວໂຫູດເອົາໂປຣແກຣມທີ່ຂ້ອຍໄດ້ສ້າງໄວ້ ຄິກບ່ອນນີ້ ຫຼັງຈາກນັ້ນໃຫ້ນຳເອົາຂໍ້ມູນທີ່ທ່ານ ຕ້ອງການເຊື່ອງໄວ້ໃນຮູບ ມາບີບອັດດ້ວຍໂປຣແກຣມ WinRAR ກ່ອນ ( ຕ້ອງມີນາມສະກຸນເປັນ .rar ເທົ່ານັ້ນ ) ໃນຕົວຢ່າງແມ່ນໄດ້ບີບອັດ file ທີ່ມີຊື່ວ່າ Mhie PMH.txt
2. ໃຫ້ເລືອກເອົາຮູບພາບທີ່ທ່ານຕ້ອງການເຊື່ອງຂໍ້ມູນໄວ້ມາຫນຶ່ງຮູບ ( ຕ້ອງມີນາມສະກຸນເປັນ .jpg )
ແລ້ວໃຫ້ນຳເອົາຂໍ້ມູນທີ່ເຮົາໄດ້ບີບອັດ ພ້ອມທັງຮູບ ແລະ ໂປຣແກຣມ ມາຮວບຮວມໄວ້ Folder ດຽວກັນ ດັ່ງໃນຮູບ
3. ຕໍ່ໄປແມ່ນໃຫ້ດັບເບິນຄຣິກທີ່ file ທີ່ຊື່ວ່າ Hide in photo.bat ແລ້ວຈະເຫັນຮູບໃໝ່ປາກົດຂື້ນມາ ມີຊື່ວ່າ New.jpg ຮູບນີ້ຈະມີຂະໜາດໃຫ່ຍຂື້ນກ່ວາຂະໜາດເດີມ ແມ່ນຂື້ນກັບຂໍ້ມູນທີ່ເຮົາໄດ້ບີບອັດ ໄວ້ກ່ອນນັ້ນ. ເມື່ອເຮົາດັບເບິນຄິກເຂົ້າໄປທີ່ຮູບກໍ່ຈະເຫັນພຽງແຕ່ຮູບທຳມະດາ ໂດຍບໍ່ຮູ້ວ່າມີຂໍ້ມູນຢູ່ ໃນນັ້ນ
* ວິທີນຳຂໍ້ມູນຂອງເຮົາອອກມາຈາກຮູບ ປະຕິບັດຕາມຮູບດ້ານລູ່ມນີ້ :
ພຽງເທົ່ານີ້ກໍ່ຈະສາມາດນຳຂໍ້ມູນອອກມາໄດ້
ໝາຍເຫດ : ຖ້າຢາກໃຫ້ຂໍ້ມູນຂອງທ່ານເປັນຄວາມລັບຍິ່ງຂື້ນ ໃນຂັ້ນຕອນບີບອັດຄວນ ໃສ່ລະຫັດຜ່ານພ້ອມ ເພື່ອຄວາມຍາກໃນການເຂົ້າຫາ
No comments:
Post a Comment