ມື້ນີ້ຈະມາແນະນຳໂປຣແກຣມຫນື່ງທີ່ໜ້າສົນໃຈ ເປັນໂປຣແກຣມນ້ອຍໆ ແຕ່ຄວາມສາມາດຂອງມັນ ເປັນຕາສົນໃຈ ມັນເປັນໂປຣແກຣມຕັ້ງເວລາປິດເຄື່ອງຄອມພີວເຕີ Restart ຄອມພີວເຕີໄດ້ ແຕ່ສິ່ງທີ່ໜ້າສົນໃຈຄື ມັນສາມາດ Remote ຜ່ານ ອິນເຕີເນັດໄດ້ ໂປຣແກຣມນີ້ມີຊື່ວ່າ
Airytec Switch Off ດາວໂຫລດໄດ້ຈາກ ບ່ອນນີ້
Airytec Switch Off
ວິທີໃຊ້ງານ
1.
ຕິດຕັ້ງໂປຣແກຣມ ລົງເຄື່ອງຄອມພີວເຕີ
2. ເປີດໂປຣແກຣມ ໂດຍຄິກຂວາໃສ່ icon ຂອງໂປຣແກຣມ ແລ້ວເລືອກ options
3. ໃນ options ໃຫ້ເລືອກ Tab Remote ແລ້ວຕິກຖືກ Enable Web interface ເພື່ອເປີດ Port
ຫຼັງຈາກນັ້ນຕັ້ງຄ່າ Port ຕາມເຮົາຕ້ອງການ ໃນຕົວຢ່າງຕັ້ງເປັນ Port 666 ແລະ ຕັ້ງລະຫັດຜ່ານພ້ອມ
4. ຫຼັງຈາກນັ້ນກົດ ok
1. ໃຫ້ເຮົາເຂົ້າຫາ web browser ໃນມືຖື ຫຼື ຄອມພີວເຕີເຄື່ອງໄດ ກໍ່ໄດ້ ( ເຮົາຕ້ອງຈື່ IP ຂອງເຄື່ອງ ທີ່ເຮົາ ໄດ້ຕັ້ງໂປຣແກຣມໄວ້) ໃນຕົວຢ່າງ ເລກ IP ແມ່ນ 192.168.66.1 ແລະ Port ແມ່ນ 666 ເຮົາກໍ່ພິມ URL ເປັນ http://192.168.66.1:666/ ຖ້າໄດ້ຕັ້ງລະຫັດຜ່ານໄວ້ກໍ່ຢ່າລືມໃສ່ເຂົ້າໄປພ້ອມ ຫລັງຈາກນັ້ນມັນຈະ ສະແດງດັ່ງຮູບລຸ່ມນີ້
2. ເລືອກວ່າເຮົາຕ້ອງການເຮັດຫຍັງກັບຄອມພີວເຕີ ເຄື່ອງນັ້ນ ບໍ່ວ່າຈະເປັນ Shutdown,Restart,sleep...
No comments:
Post a Comment